ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານພະລາທິການ-ການເງິນທົ່ວກອງທັບປະຈໍາປີ 2023

     ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດ ວຽກງານພະລາທິການ-ການເງິນ ທົ່ວກອງທັບ ປະຈໍາປີ 2023 ຈັດຂຶ້ນ
ໃນລະຫວ່າງວັນທີ 19-21 ກຸມພາ 2024 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ
ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນຳກະຊວງ
ປ້ອງກັນປະເທດ, ກົມໃຫຍ່, ຫ້ອງວ່າການ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ກົມໃຫຍ່ພະລາທິການປ້ອງກັນຄວາມ
ສະຫງົບ, ວິທະຍາຄານ, ກອງພົນ, ກອງບັນຊາການທະຫານແຂວງ, ກອງພັນໃຫຍ່, ກົມ, ຫ້ອງການ, ໂຮງຮຽນ, ໂຮງງານ, ໂຮງໝໍ, ຫົວ
ໜ່ວຍວິສາຫະກິດ, ວິຊາສະເພາະພະລາ ແລະ ການເງິນຈາກບັນດາກົມກອງກໍາລັງຫຼວງ-ກໍາທ້ອງຖິ່ນເຂົ້າຮ່ວມ.

     ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມ ໂດຍຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານ
ພະລາທິການ-ການເງິນ ທົ່ວກອງທັບ ເຊິ່ງແມ່ນພາກສ່ວນໜຶ່ງທີ່ສໍາຄັນ, ເປັນປັດໄຈພື້ນຖານປະກອບສ່ວນ ໃຫ້ກົມກອງເຮັດສໍາເລັດໜ້າທີ່
ການເມືອງຂອງຕົນ ແລະ ເປັນກໍາລັງແຮງສັງລວມຂອງກອງ ທັບ, ຮັບປະກັນໂດຍກົງ ທາງດ້ານການເຄື່ອນໄຫວວຽກງານກຽມພ້ອມສູ້ຮົບ
ກໍຄືຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບຢູ່ໃນກອງທັບ. ກອງປະຊຸມຈະໄດ້ພ້ອມກັນສັງເກດຕີລາຄາຄືນກ່ຽວກັບການຈັດຕັ້ງ
ປະຕິບັດວຽກງານພະລາທິການ-ການເງິນ ໃນ 1 ປີຜ່ານມາ ກໍຄື ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງ
ປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນແຜນງານໃຫຍ່ທີ 3 ວຽກງານຈັດຕັ້ງຮັບປະກັນພະລາທິການ ເພື່ອຄວາມເປັນເອກະພາບໃນ
ການປັບປຸງກໍ່ສ້າງກອງທັບ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ພ້ອມກັນຄົ້ນຄ້ວາເປັນເອກະພາບຕໍ່ກັບທິດທາງແຜນການທີ່ຈະສຸມໃສ່ຈັດ
ຕັ້ງປະຕິບັດໃນປີ 2024 ໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ. ໃນກອງປະຊຸມ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກ
ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ໄດ້ສະຫຼຸບຕີລາຄາຄືນເຖິງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ
ໃນຫຼາຍດ້ານທີ່ພົ້ນເດັ່ນ ຂອງຄະນະພັກ-ຄະນະບັນຊາ, ພະນັກງານວິຊາການທີ່ເຮັດວຽກງານພະລາທິການກອງທັບ ທີ່ຍາດມາໄດ້ໃນໄລຍະ
ທີ່ຜ່ານມາ ໂດຍສະເພາະວຽກງານຮັບປະກັນໃຫ້ແກ່ການເຄື່ອນໄຫວ, ຫັດແອບ ແລະ ກຽມພ້ອມສູ້ຮົບ, ຈັດຕັ້ງຮັບປະກັນຢ່າງຄົບຖ້ວນ, ທັນ
ເວລາ, ດ້ານວັດຖຸ, ພາຫະນະຮັບໃຊ້, ວຽກງານຮັບປະກັນຊີວິດການເປັນຢູ່ການຈັດຕັ້ງລ້ຽງດູທັບ ດ້ານສະບຽງອາຫານ, ດ້ານການຈັດຕັ້ງກິນ
ດື່ມລວມໝູ່, ດ້ານເຄື່ອງນຸ່ງຫົ່ມ, ດ້ານນໍ້າມັນເຊື້ອໄຟ, ວຽກງານຄຸ້ມຄອງທີ່ດິນ, ໄຟຟ້າ ແລະ ນໍ້າປະປາ , ທີ່ດິນທົ່ວກອງທັບຄຸ້ມຄອງມີທັງ
ໝົດ 1.928 ຕອນ, ດ້ານກະສິກໍາຢູ່ຂັ້ນກະຊວງ, ໄດ້ສຸມໃສ່ປັບປຸງບາງຫົວໜ່ວຍການຜະລິດຢ່າງຮອບດ້ານຕາມທິດຫັນໄປສູ່ການຜະລິດແບບ
ໄລ່ລຽງ, ໂດຍສະເພາະແມ່ນກຸ່ມຜະລິດຄົບວົງຈອນເລກ 1, ເລກ 2 ເລກ 3 ໃນໜື່ງປີຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ 46,518 ລ້ານ
ກວ່າກີບ, ດ້ານອຸດສາຫະກຳເບົາ ໄດ້ປັບປຸງ 6 ຫົວໜ່ວຍໂຮງຈັກ-ໂຮງງານ, ສໍາລັບໂຮງງານຕັດຫຍິບເລກ 2 ສາຂາພາກເໜືອ ແຂວງອຸດົມໄຊ
ໄດ້ແບ່ງເອົາງົບປະມານຂອງໂຮງງານຕັດຫຍິບເລກ 1 ຈໍານວນ 13,80% ຂອງງົບປະມານ.

     ນອກນີ້, ຫຼາຍກົມກອງ-ທ້ອງຖິ່ນ ຍັງສູ້ຊົນກໍ່ສ້າງພື້ນຖານການຜະລິດ-ທຸລະກິດ ເພື່ອສ້າງແຫຼ່ງລາຍຮັບໃຫ້ກົມກອງເຊັ່ນ: ໂຮງງານຜະ
ລິດດິນບ໋ອກ, ໂຮງງານນໍ້າດື່ມ, ໂຮງສີເຂົ້າ, ບ້ານພັກໂຮງແຮມ, ອູ່ສ້ອມແປງ, ປໍ້ານໍ້າມັນ, ກິດຈະການໃຫ້ເຊົ່າອື່ນໆໄດ້ທັງໝົດ 43 ຕື້ກ່ວາກີບ,
ທຽບໃສ່ປີຜ່ານມາເພີ່ມຂຶ້ນ 26% ສາມາດນໍາລາຍຮັບດັ່ງກ່າວເຂົ້າມາແກ້ໄຂວຽກທີ່ຈໍາເປັນຂອງກົມກອງໄດ້ສ່ວນໃດສ່ວນໜຶ່ງ, ຕາມຕົວເລກ
ລາຍງານຂອງກົມກອງ, ທ້ອງຖິ່ນຕ່າງໆ ເຫັນວ່າລາຍຮັບທີ່ໄດ້ມາຈາກຜົນຜະລິດຂ້າງເທິງໃນປີ 2023 ບັນລຸໄດ້ 123 ຕື້ກ່ວາກີບ (ນັບທັງເງິນ
ສົດ, ແຮງງານ ແລະ ວັດຖຸ), ໃນນີ້ມີທຶນໝູນວຽນ 36 ຕື້ກວ່າກີບ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 19% (ລາຍຮັບສ່ວນໃຫຍ່ໄດ້ຈາກການບໍ
ລິການ, ສ່ວນການຜະລິດກະສິກຳແມ່ນຫຼຸດລົງຍ້ອນຖືກຜົນກະທົບທາງດ້ານເສດຖະກິດ), ບັນດາກົມກອງທ້ອງຖິ່ນສາມາດສ້າງລາຍຮັບໄດ້
6 ຕື້ກີບຂຶ້ນໄປ. ກອງປະຊຸມຄັ້ງນີ້, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ກໍຄືພະນັກງານຜູ້ທີ່ເຮັດວຽກງານພະລາທິການ-ການເງິນທົ່ວກອງທັບ
ຍັງຈະໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ເນື້ອໃນຕ່າງໆ ຂອງກອງ
ປະຊຸມວຽກງານພະລາທິການ-ການເງິນທົ່ວກອງທັບ ປະຈໍາປີ 2023 ແລະ ທິດທາງແຜນການຄາດໝາຍສູ້ຊົນວຽກງານ ປະຈໍາປີ 2024
ເພື່ອຮັບປະກັນວຽກງານຈຸຸດສຸມໃນຕໍ່ໜ້າມີໃບໜ້າອັນໃໝ່ ແລະ ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ. ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວ
ລາ 3 ວັນຈຶ່ງຈະສໍາເລັດ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 20/02/2024